ເມື່ອວັນທີ 28 ພະຈິກທີ່ຜ່ານມາ ນູ່ນີ່ ແລະ ອັອບ ໄດ້ເດີນທາງໄປເຮັດບຸນຢູ່ທີ່ແຂວງມຸກດາຫານ ເຊິ່ງເປັນແຂວງໜຶ່ງທີ່ຕັ້ງຢູ່ກົງກັນຂ້າມກັບແຂວງສະຫວັັນນະເຂດນັ້ນເອງ. ນູ່ນີ່ລະບຸວ່າ ການເດີນທາງໄປເຮັດບຸນໃນຄັ້ງນີ້ ອັອບ ຈະບວດຈຳສິນນຸ່ງຂາວ ປະມານ 3 ວັນ ກ່ອນທີ່ຈະເດີນທາງເຂົ້າມາປະເທດລາວຕໍ່. ງານນີ້ ແຟນຄຼັບຕ່າງກໍເຂົ້າໄປສະແດງຄວາມເຫັນກັນເຕັມ ສົນທະນາກັນກັບສາວນູ່ນີ່ ແລະ ໜຸ່ມອັອບຢ່າງເປັນກັນເອງ ແລະ ແຟນຄຼັບຫຼາຍຄົນຕ່າງກໍຢາກພົບກັບທັງສອງເມື່ອຮູ້ວ່າຈະເດີນທາງໄປທີ່ວັດພະທາດໂພ່ນ ແຂວງສະຫວັນນະເຂດ. ນູ່ນີ່ ບອກວ່າ ໜ້າຈະໄດ້ເດີນທາງໄປໄຫວ້ພະທາດໂພ່ນ ເຊິ່ງຕັ້ງຢູ່ເມືອງໄຊພູທອງ ແຂວງສະຫວັນນະເຂດ ໃນວັນທີ 3 ທັນວາ 2017 ຫຼັງຈາກສຳເລັດການບວດຂາວຢູ່ທີ່ມຸກດາຫານ. ແຟນໆທີ່ຢາກພົບນູ່ນີ່ ແລະ ອັອບ ກໍຕິດຕາມອັບເດດຈາກນູ່ນີ່ກັນໄດ້.
ຂອບໃຈຂ່າວຈາກ : ມ່ວນ
No comments:
Post a Comment