ບໍ່ວ່າຈະເຮັດຫຍັງ ເວົ້າຫຍັງ ເປັນຕ້ອງຖືກຈັບຕາຢູ່ສະເໝີສຳລັບ ແຈັກ ໝ່າ ແຫ່ງອາລີບາບາ (Alibaba) ຍັກໃຫຍ່ອີຄອມເມິດຂອງຈີນ ໂດຍຫຼ້າສຸດສ້າງສຽງຮືຮາກາງງານປະຊຸມຜູ້ປະກອບທຸລະກິດລະດັບໂລກ ຢູ່ນະຄອນເຈີ້ຈຽງ ຄັ້ງທີ 4 ເຊິ່ງຈັດຂຶ້ນວານນີ້ (29 ພະຈິກ) ຫຼັງທ່ານກ່າວເຖິງການຈາລຶກກຂໍ້ຄວາມເທິງປ້າຍຂຸມຝັງສົບຂອງຕົວເອງ.
“ຊາວຫາງໂຈວ ຜູ້ມັກມວຍໄທເກັກ ເຮັດຫຍັງມາຫຼວງຫຼາຍ ແລະ ພ້ອມທັງກໍຕັ້ງບໍລິສັດໄປນຳ” ແຈັກ ໝ່າ ໄວ 53 ປີ ກ່າວເຖິງສິ່ງທີ່ຈະຂຽນເທິງປ້າຍຂຸມຝັງສົບ.
“ຊີວິດກໍເທົ່ານີ້ ຄົນເຮົາບໍ່ໄດ້ເກີດມາເພື່ອເຮັດວຽກ ແຕ່ເຮົາເກີດມາເພື່ອໃຊ້ຊີວິດ ຮຽນຮູ້ສິ່ງຕ່າງໆ ແລະ ສ້າງມິດພາບ ເກີດມາເພື່ອໃຫ້ ແລະ ຮັບໃນເວລາດຽວກັນ” ໝ່າ ກ່າວເສີມ. “ຂ້ອຍພະຍາຍາມເຮັດທຸກຢ່າງທີ່ຢາກເຮັດ ຢ່າງໜ້ອຍພໍອາຍຸປະມານແປດສິບແລ້ວ ຈະໄດ້ບໍ່ຕ້ອງນັ່ງເສຍໃຈກັບຊີວິດພາຍຫຼັງ”.
ກ່ອນໜ້ານີ້ບໍ່ພໍເທົ່າໃດອາທິດ ແຈັກ ໝ່າ ຫາກໍ່ເປີດຕົວ “ກົງໂສ່ຕ້າວ” (功守道) ຮູບເງົາສັ້ນຂອງຕົວເອງ ເຊິ່ງເປັນກະແສເວົ້າເຖິງບໍ່ໜ້ອຍເທິງໂລກອອນລາຍ ໂດຍ ໝ່າ ຮັບບົດປະລະມາຈານກັງຟູ ປະກົບກັບດາຣາດັງຢ່າງ ເຈັດ ລີ, ດອນນີ ເຢນ, ແຈັກກີ້ ອູ໋ ແລະ ຈາ ພະນົມ.
ຂອບໃຈຂໍ້ມູນຈາກ : ມ່ວນ
No comments:
Post a Comment