ເປີດຕຳນານ"ຜີປອບ"ຜີທີ່ເປັນຕາຢ້ານ ແລະ ຫາປະຫວັດເບິ່ງໄດ້ຍາກ - Barn Hao

Post Top Ad

Responsive Ads Here

Monday, November 27, 2017

ເປີດຕຳນານ"ຜີປອບ"ຜີທີ່ເປັນຕາຢ້ານ ແລະ ຫາປະຫວັດເບິ່ງໄດ້ຍາກ

C1Ui7fsVQAAMOkU

ຜີປອບ ເປັນຜີທີ່ສິງຢູ່ໃນຮ່າງກາຍຜູ້ຍິງ ໂດຍສ່ວນໃຫຍ່ມັກພົບເຫັນຜີປອບທີ່ສິງຮ່າງຜູ້ເຖົ້າ ນິໄສຂອງຜີປອບຄືມັກກິນຂອງດິບຄາວແລະ ມັກອອກກິນເວລາກາງຄືນ ເວລາອອກໄປຈະອອກໄປຫົວກັບຕັບໄຕໄສ້ພຸງ ສ່ວນຮ່າງກາຍຈະປະໄວ້ທີ່ເຮືອນ ບຸກຄົນອື່ນຈະເຫັນເປັນດວງໄດ້ດວງໃຫຍ່ ມີຫຼາຍສີຕ່າງກັນໄປ ໃນເວລາປອບອອກຫາກິນ ຜີປອບເກີດຈາກເຊື້ອສາຍຂອງປອບເອງ ແລະ ຜູ້ທີ່ຮຽນວິຊາເກັ່ງກ້າຮຽນມາແລ້ວຮັກສາບໍ່ໄດ້ ເນລະສານວິຊາ ຈຄ່ງເຮັດໃຫ້ຜູ້ນັ້ນກາຍເປັນປອບໃນທີ່ສູດ
maxresdefault

ຫາກຜູ້ຍິງຄົນໃດທີ່ອອກລູກໃໝ່ ຜີປອບຈະຫາກິ່ນຄາວຂອງເລືອດ ແລະ ຈະເຂົ້າສິງຮ່າງກາຍແລ້ວກິນເຄື່ອງໃນຂອງຜູ້ຍິງທີ່ອອກລູກໃໝ່ ລວມເຖິງທຳຮ້າຍຮ່າງກາຍຂອງຜູ້ຍິງຄົນນັ້ນ ດ້ວຍເຫດນີ້ ເວລາອອກລູກໃໝ່ຜູ້ເຖົ້າຜູ້ແກ່ຈຶ່ງເອົາໜາມປະໄວ້ທີ່ໃຕ້ຕະລ່າງເຮືອນບ່ອນທີ່ມີບ່ອນເປັນຮູເພື່ອປ້ອງກັນຜີປອບ ແລະ ເຊື່ອວ່າຜີປອບຢ້ານໜາມກ້ຽວໄສ້ຈຶ່ງບໍ່ກ້າເຂົ້າມາ

de65eb895age8db6aa8j7


ອາຫານທີ່ມັນມັກອີກຢ່າງກະຄືກົບຂຽດ ເປັນຕົ້ນ ຖ້າປອບກິນເຂົ້າໄປແລ້ວ ກໍ່ຈະເຊັດປາກຕາມເສື້ອທີ່ຖິ່ມໄວ້ຂ້າມຄືນ ເຮັດໃຫ້ຜ້າເປື້ອນເປັນວົງໆ ຖ້ານຳເອົາຜ້ານັນ້ນໄປຕົ້ມ ປອບຈະເກີດອາການປວດແສບປວດຮ້ອນປາກຢ່າງໜັກ ຈົນມາຂໍຮ້ອງບໍ່ໃຫ້ຕົ້ມຕໍ່

ປອບເປັນຜີທີ່ຕາຍຍາກ ກ່ອນຕາຍກໍ່ຈະຄາຍນຳ້ລາຍຂອງຕົນເຂົ້າປາກລູກປາກຫຼານຄົນໃດຄົນໜຶ່ງໄວ້ ເພື່ອຈະເປັນປອບສືບຕໍ່ ເມື່ອຕົນຈະຕາຍຈຶ່ງບໍ່ຕ້ອງທຸກທໍລະມານອີກຕໍ່ໄປ

ວິທີການປາບປອບນັ້ນມີຕວາມຍາກຫຼາຍທີ່ຈະໄລ່ຜີທີ່ມາສິງອອກຈາກເຫຍື່ອໄດ້ ວ່າກັນວ່າຜີປອບເຂົ້າສິງຜູ້ໃດມັນຈະເຂົ້າໄປດ້ານເລິກຂອງຈິດໃຈຜູ້ນັ້ນ ດັ່ງນັ້ນ ຫາກຕ້ອງການປາບປອບຈຳເປັນຕ້ອງຂ້າຜູ້ນັ້ນ ໃຫ້ຕາຍໄປພ້ອມກັນກັບວິນຍານຜູ້ນັ້ນເລີຍ

maxresdefault%2B%25281%2529


ນີ້ເປັນເລື່ອງເລົ່າຈາກຜູ້ເຖົ້າຜູ້ແກ່ໄດ້ເລົ່າສຶບຕໍ່ກັນມາຈົນເຖິງລູກຫຼານ ແລະ ໃນບາງບ່ອນທີ່ຫ່າງໄກຈາກຕົວເມືອງກໍຍັງໄດ້ຍິນວ່າຍັງມີຫຼາຍ ແລະ ຍັງພົບເຫັນຕາມຖົ່ງໄຮ່ຖົ່ງນາ

ໃຜທີ່ເຄີຍພົບເຫັນກໍ່ຄອມເມັ້ນບອກຜູ້ທີ່ມັກອ່ານເລື່ອງຜີລາວແລະເລື່ອງແປກແນ່ເດີ້ ຂໍຂອບໃຈ ( ຄວາມເຊື່ອສ່ວນບຸກຄົນ )

No comments:

Post a Comment

Post Bottom Ad

Responsive Ads Here