ເງິນກີບ ປະເທດລາວ ໄລຍະປີ 1968-1979 - Barn Hao

Post Top Ad

Responsive Ads Here

Monday, November 27, 2017

ເງິນກີບ ປະເທດລາວ ໄລຍະປີ 1968-1979

23795937_1976688672357525_8848636971112903200_n

ໃນຊຸມປີ 1960, ປະເທດລາວ ໄດ້ນຳໃຊ້ ສະແຕມ ແລະ ເງິນ ເພື່ອໃຊ້ໃນເຂດປົກຄອງຂອງຕົນ. ເງິນທີ່ນຳໃຊ້ເພື່ອຈຸດປະສົງໃຫ້ຮູ້ເຖິງ ຄວາມເປັນ ເອກະລາດ ແລະ ບໍ່ຂຶ້ນກັບ ລາຊະອານາຈັກລາວ. ເງິນນີ້ແມ່ນຖືກຜະລິດ ທີ່ ຊຽງໄຮ້ ສປ ຈີນ, ເຊິ່ງເງິນຂອງ ຫວຽດນາມ, ມົງໂກເລຍ, ກຸຍບ່າ, ກຳປູເຈ່ຍ ກໍ່ຖືກຜະລິດພີມ ຢູ່ທີນີ້ເຊັ່ນກັນ. ເງິນຂອງປະເທດລາວ ແມ່ນຖືກຜະລິດ ພີມໃນເດືອນ ເມສາ 1968 ແລະ ຖືກນຳໃຊ້ໃນເຂດປົກຄອງຂອງຝ່າຍປະເທດລາວ.
ເງິນກີບ ປະເທດລາວ 7 ແບບ ປະກອບມີ ໃບ 1 ກີບ, 10 ກີບ, 20 ກີບ, 50 ກີບ, 200 ກີບ ແລະ 500 ກີບ. ເຊິ່ງຮູບແບບຂອງເງິນແມ່ນ ສະແດງໃຫ້ເຫັນ ໃນແບບສັງຄົມນິຍົມ ເຊັ່ນວ່າ ໂຮງໝໍ, ກຳມະກອນໂຮງງານ ທີ່ເຮັດວຽກ ໃນເຂດຂອງ ຝ່າຍປະເທດລາວ, ຊາວນາທີ່ກຳລັງເຮັດວຽກຢູ່ຕາມທົ່ງໄຮ່ທົ່ງນາ ແລະ ຊາວປະມົງ. ນອກນີ້ບາງ ອັນຍັງສະແດງໃຫ້ເຫັນຮ່ອງຮອຍສົງຄາມ ເຊັ່ນວ່າ ນັກຕໍ່ສູ້ທີ່ເປັນຕົວແທນຂອງຝ່າຍປະເທດລາວ ໃນໃບ 10 ກີບ, ທະຫານລໍາລຽງລູກປືນ ໃນໃບ 200 ກີບ ແລະ ນັກຕໍ່ສູ້ຍິງຍົນ ອາເມລິກາ ທີ່ຊຽງຂວາງ ໃນໃບ 500 ກີບ.
ເງິນແມ່ນມີການອອກແບບທີ່ຄ້າຍກັນຄື ມີ ສັນຍາລັກຂອງລາວ, ສ່ວນວ່າ ສັນຍາລັກຊ້າງສາມຫົວ ທີ່ເປັນສັນຍາລັກຂອງ ລາຊະອານາຈັກລາວນັ້ນແມ່ນບໍ່ໄດ້ມີໃນເງິນຂອງ ປະເທດລາວ. ຕົວອັກສອນທີ່ຂຽນ ມີແຕ່ພາສາລາວ ໂດຍບໍ່ມີພາສາຝຣັ່ງ, ເຊິ່ງຈະຕ່າງຈາກ ເງິນຂອງ ລາຊະອານາຈັກລາວ. ມີຄຳຂວັນຂອງປະເທດລາວ ທີ່ຕໍ່ມາໄດ້ກາຍເປັນ ຄຳຂວັນຂອງ ສປປລາວ ທີ່ໄດ້ຂຽນວ່າ່ ລາວ: ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເປັນກາງ,​ ວັດທະນາຖາວອນ!. ດ້ານຫຼັງຂອງເງິນ ພວກເຮົາຈະເຫັນ:​ ຄະນະກຳມະການສູນກາງແນວລາວຮັກຊາດ.
ໃນວັນທີ 15 ມິຖຸນາ 1976, ເງິນກີບ ລາຊະອານາຈັກລາວ ໄດ້ຖືກຖອນອອກ ຈາກການຈາລະຈອນໃນ ຕະຫຼາດ ແລະ ເງິນກີບ ປະເທດລາວ ໄດ້ຖືກນຳໃຊ້ແທນ ແລະ ເປັນເງິນຖືກກົດໝາຍ ທີ່ຖືກນຳໃຊ້. ເງິນກີບ ປະເທດລາວ 1 ກີບ ແລກໄດ້ ເງິນ 10 ກີບເງິນ ລາຊະອານາຈັກ ລາວ. ໃນປີ 1979, ເງິນກີບ ປະເທດລາວ ກໍ່ໄດ້ຖືກຖອນ ອອກຈາກການນຳໃຊ້ ແລະ ຖືກແທນ ໂດຍເງິນຂອງ ສປປ ລາວ ທີ່ຖືກພີມ ແລະ ແຈກຢາຍນຳໃຊ້ ຈົນເຖິງປະຈຸບັນ.


23795937_1976688672357525_8848636971112903200_n


23843166_1976688759024183_5842863178053241181_n

23843203_1976688569024202_460575336012927689_n

23843211_1976688452357547_3019286152251075902_n

23843560_1976688832357509_1479389796652172005_n

23843615_1976688729024186_8822864568699882702_n

23844687_1976688505690875_167137190423653168_n

23844710_1976688859024173_5192231871016894790_n

23844763_1976688492357543_4291208884166400170_n

23905543_1976688529024206_8112651901919993411_n

23915573_1976688805690845_4022569508193225967_n

23915663_1976688599024199_4860795542302649580_n

23915743_1976688699024189_8972332323993014639_n

24059189_1976688642357528_3290562016251402009_n

No comments:

Post a Comment

Post Bottom Ad

Responsive Ads Here