ກະຊວງການຕ່າງປະເທດໄດ້ອອກແຈ້ງການເມື່ອຕອນບ່າຍຂອງມື້ນີ້ (27 ພະຈິກ) ວ່າ ສັນຍາວ່າດ້ວຍການຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນທຳມະດາ ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ ທີ່ໄດ້ລົງນາມໃນວັນທີ 08 ກັນຍາ 2016 ທີ່ ນະຄອນຫຼວງວຽງຈັນ ຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 02 ທັນວາ 2017 ນີ້, ເຊິ່ງມີເນື້ອໃນສຳຄັນຄື: ຜູ້ທີ່ຖືໜັງສືຜ່ານແດນທຳມະດາ ທີ່ມີອາຍຸນຳໃຊ້ໄດ້ ແລະ ບໍ່ມີຈຸດປະສົງໄປເຄື່ອນໄຫວຫາວຽກເຮັດງານທຳ, ສຶກສາຢູ່ຕາມສະຖາບັນການສຶກສາຕ່າງໆ ຫຼື ດຳລົງຊີວິດຢູ່ແບບຖາວອນໃນດິນແດນຂອງຄູ່ສັນຍາ, ສາມາດເດີນທາງເຂົ້າ-ອອກ, ພັກເຊົາ ຫຼື ຜ່ານດິນແດນຂອງອີກຝ່າຍໜຶ່ງໃນໄລຍະກຳນົດເວລາສາມສິບ (30) ວັນ ໂດຍບໍ່ຈຳເປັນຂໍວີຊາ. ຜູ້ທີ່ຖືໜັງສືຜ່ານແດນທຳມະດາ ທີ່ບໍ່ໄດ້ລະບຸໃນຂໍ້ 1 ຈະຕ້ອງໄດ້ຂໍວີຊາເພື່ອເດີນທາງເຂົ້າໄປໃນດິນແດນຂອງຄູ່ສັນຍາ. ໄລຍະກຳນົດຂອງການພັກເຊົາສຳລັບບຸກຄົນ ຢູ່ໃນດິນແດນຂອງຄູ່ສັນຍາທີ່ລະບຸໄວ້ໃນຂໍ້ 1 ສູງສຸດບໍ່ເກີນເກົ້າສິບ (90) ວັນ ໃນໄລຍະເວລາຮ້ອຍແປດສິບ (180) ວັນ.

No comments:
Post a Comment