ສຶກສາທິການ ແລະ ກີລາ ຄັດເລືອກຮູບແຕ້ມ ອີນິກກີ 8 ຊຸດ ສົ່ງໃຫ້ຄະນະກໍາມະການສາກົນປະເທດຍີ່ປຸ່ນ - Barn Hao

Post Top Ad

Responsive Ads Here

Tuesday, November 28, 2017

ສຶກສາທິການ ແລະ ກີລາ ຄັດເລືອກຮູບແຕ້ມ ອີນິກກີ 8 ຊຸດ ສົ່ງໃຫ້ຄະນະກໍາມະການສາກົນປະເທດຍີ່ປຸ່ນ



ໃນວັນທີ 22 ພະຈິກ ຜ່ານມາ ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກີລາ (ເຂດສະໜາມກີລາເຈົ້າອານຸວົງ) ໄດ້ມີການຄັດເລືອກຮູບແຕ້ມ ອີນິກກີ ​ໃນງານມະຫະກໍາປະດິດສ້າງປຶ້ມບັນທຶກຊີວິດປະຈໍາວັນປະກອບຮູບແຕ້ມຂອງເດັກນ້ອຍທະວີບ​ເອ​ເຊຍ ໃນຫົວຂໍ້ “ນີ້ຄືຊີວິດຂອງຂ້ອຍ”, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ. ມີທອງ ສຸວັນວິໄຊ ຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກີລາ, ມີຮອງຫົວໜ້າກົມ ແລະ ກໍາມະການຄັດເລືອກເຂົ້າຮ່ວມ.
ກົມການສຶກສາກ່ອນໄວຮຽນ ໄດ້ຈັດການປະກວດຮູບແຕ້ມ ອິນິກກີ ​ໃນ​ໂຄງການ​ດັ່ງກ່າວພາຍໃນປະເທດ 2 ປີ ເທື່ອ 1, ​ໂດຍຜູ້ຈັດການແຂ່ງຂັນແມ່ນຄະນະກໍາມາທິການຈັດງານສາທາລະນະມິດຊຸບິຊິ, ສະຫະພັນ​ເອ​ເຊຍ​ແປຊີຟິກຂອງສະໂມສອນຢູເນັສໂກ, ສະມາຄົມຂອງບັນດາສະຫະພັນຢູເນັສໂກແຫ່ງຊາດ ທີ່ປະຈໍາຢູ່ປະເທດຍີ່ປຸ່ນ ໂດຍມີ 24 ປະເທດໃນການເຂົ້າຮ່ວມຈັດການແຂ່ງຂັນແຕ້ມຮູບ. ສໍາລັບຂັ້ນຕອນໃນການດໍາເນີນ ​ແມ່ນໃນເດືອນກໍລະກົດ ໄດ້ນໍາສົ່ງຊຸດແຕ້ມຮູບໄປທົ່ວປະເທດ ເປັນຈໍານວນ 1.740 ຊຸດ, ໃນເດືອນຕຸລາ ກໍ່ໄດ້ລວບລວມກັບຄືນມາຈໍານວນ 843 ຊຸດ ເນື່ອງຈາກວ່າ ແຂວງຄໍາມ່ວນ ແລະ ແຂວງອັດຕະປື ບໍ່ໄດ້ສົ່ງໃຫ້ ແລະ ບໍ່ສາມາດເກັບຄືນໄດ້ເພາະບໍ່ມີນ້ອງນັກຮຽນແຕ້ມ, ໄດ້ຄັດອອກຈໍານວນ 462 ຊຸດ ເນື່ອງຈາກບໍ່ໄດ້ມາດຕະຖານຕາມລະບຽບຂອງການແຕ້ມ ເປັນຕົ້ນແມ່ນ ບໍ່ຄົບ 5 ໃບ, ບໍ່ຖືກອັດຕາສ່ວນຂອງການແຕ້ມ, ອາຍຸເກີນ, ບໍ່ມີຄໍາບັນຍາຍໃນຮູບ, ເຊິ່ງມີຈໍານວນຄັດເລືອກ 431​ ນ້ອງ. ໃນນັ້ນ, ປະກອບມີ ກຸ່ມອາຍຸ 6-8 ປີ ຈໍານວນ 22 ນ້ອງ, ກຸ່ມອາຍຸ 9-10 ປີ ຈໍານວນ 244 ນ້ອງ ແລະ ກຸ່ມອາຍຸ 11-12 ປີ ຈໍານວນ 165 ນ້ອງ.

ສໍາລັບເງື່ອນໄຂການຄັດເລືອກ ແມ່ນຕ້ອງມີລັກສະນະເປັນປຶ້ມບັນທຶກ ໃນຫົວຂໍ້ໃຫຍ່ “ນີ້ຄືຊີວິດຂອງຂ້ອຍ” ເດັກສາມາດເລືອກຫົວຂໍ້ເລື່ອງໃດໜຶ່ງ ເປັນຕົ້ນແມ່ນ ທໍາມະຊາດ, ກິດຈະກໍາທີປະທັບໃຈ, ຄອບຄົວ, ໝູ່ເພື່ອນ, ຊີວິດໃນໂຮງຮຽນ, ຊີວິດການເປັນຢູ່, ບຸນປະເພນີຂອງທ້ອງຖິ່ນ, ກິດຈະກໍາການສະແດງທາງດ້ານວັດທະນະທໍາ ແລະ ອື່ນໆ; ຮູບແບບ ແລະ ຂະໜາດຂອງປຶ້ມບັນທຶກ ເປັນ A4 ໂດຍນໍາໃຊ້ນໍ້າ, ສໍສີ ຫຼື ສີທຽນ ແຕ້ມໃສ່ເຈ້ຍແຕ້ມຮູບ ປະກອບດ້ວຍ 5 ແຜ່ນ, ມີຮູບແຕ້ມ 2/3 ຂອງໜ້າເຈ້ຍ ແລະ ມີເນື້ອໃນພັນລະນາເຖິງຮູບແຕ້ມ 1/3 ຂອງໜ້າເຈ້ຍ; ກຸ່ມເດັກນ້ອຍສາມາດເຂົ້າສະໝັກ 6-7 ປີ; ຕ້ອງມີແບບຟອມການສະໝັກມີ ຊື່ ແລະ ນາມສະກຸນ, ໂຮງຮຽນ, ເມືອງ ແລະ ແຂວງຂອງນ້ອງໆ ແລ້ວຕິດຂັດມາພ້ອມກັບປຶ້ມບັນທຶກ; ປຶ້ມບັນທຶກຂອງຜູ້ສະໝັກຕ້ອງເປັນງານປະດິດ ຄວາມຄິດສ້າງສັນຂອງຕົນເອງ ເຊິ່ງບໍ່ໄດ້ເຜີຍແຜ່ ແລະ ເຄີຍສົ່ງປະກວດມາກ່ອນ ຫຼື ສິ່ງພິມ, ວາລະສານອື່ນໆ, ບໍ່ແມ່ນການແຕ້ມກ່າຍເອົາອອກມາຈາກສິ່ງພິມ, ວາລະສານ, ສື່ໂຄສະນາຕ່າງໆ ຫຼື ຮູບແຕ້ມເກົ່າທີ່ເຄີຍຊະນະ; ປຶ້ມບັນທຶກປະກອບຮູບແຕ້ມ ຕ້ອງແຕ້ມໄປຕາມຫົວເລື່ອງທີ່ເລືອກ ແລະ ພັນລະນາໄປຕາມຮູບພາບ ເຊິ່ງເປັນການບອກເລົ່າຂອງຫົວເລື່ອງທີ່ເລືອກນັ້ນ; ຮູບແຕ້ມຕ້ອງມີສີສັນຄົມແຈ້ງດີ, ມີຄວາມປານີດລະອຽດອ່ອນ, ສະອາດສວຍງາມ, ມີການພັນລະນາຮູບຢູ່ກ້ອງ, ມີຄວາມໝາຍ ແລະ ຫົວເລື່ອງທີ່ຫຼາກຫຼາຍ.
ສຳລັບໃນການຄັດເລືອກຂອງຄະນະກໍາມະການຄັ້ງ​ນີ້, ແມ່ນ​ໄດ້ເລືອກເອົາປຶ້ມບັນທຶກຈໍານວນ 8 ຊຸດ ເພື່ອສົ່ງໃຫ້ຄະນະກໍາມະການລະດັບສາກົນປະເທດຍີ່ປຸ່ນຄັດເລືອກຜູ້ຊະນະເລີດ​ໃນ​ຂັ້ນ​ຕອນ​ຕໍ່​ໄປ.

No comments:

Post a Comment

Post Bottom Ad

Responsive Ads Here