ເຖິງວ່າຄັ້ງນີ້ລາວຈະບໍ່ປະສົບຄວາມສຳເລັດໃນດ້ານການໄດ້ຮັບລາງວັນມາຄອງ ແຕ່ກໍເປັນປະສົບການຄັ້ງທຳອິດທີ່ໜ້າປະທັບໃຈ ແລະ ໜ້າຈື່ຈຳສຳລັບ "ສຸພາພອນ ສົມວິຈິດ" ຍິງລາວຄົນທຳອິດໃນເວທີ ມິສຢູນິເວີສ.
ການປະກົດຕົວຂອງນາງງາມລາວເປັນຄັ້ງທຳອິດເທິງເວທີ Miss Universe 2017 ເຊິ່ງເປັນເວທີປະກວດສາວງາມທີ່ໃຫຍ່ທີ່ສຸດໃນໂລກນີ້ ເປັນຫຼັກຖານທີ່ພິສູດໄດ້ວ່າ ລາວເຮົາພ້ອມທີ່ຈະເປີດກວ້າງທາງດ້ານວັດທະນະທຳອອກສູ່ຕ່າງຊາດຢ່າງເຕັມທີ່ ໂດຍໃຊ້ສາວງາມຕົວແທນຈາກລາວ ເປັນຜູ້ສື່ສານໃຫ້ປະຊາຄົມໂລກຮູ້ຈັກປະເທດລາວຫຼາຍຂຶ້ນ. ເວທີດັ່ງກ່າວ ເປີດໂອກາດໃຫ້ແຕ່ລະປະເທດໄດ້ນຳສະເໜີຕົວຕົນຂອງຕົນເອງອອກສູ່ສາຍຕານານາຊາດໂດຍຜ່ານການປະກວດ ແລະ ກິດຈະກຳຕ່າງໆທີ່ຈັດຂຶ້ນ ເຊິ່ງນອກຈາກຈະເນັ້ນເລື່ອງຄວາມງາມຂອງຜູ້ເຂົ້າປະກວດແລ້ວ ການບອກເລົ່າເລື່ອງລາວຂອງຜູ້ເຂົ້າປະກວດແຕ່ລະຄົນໃຫ້ຜູ້ຊົມຮູ້ຈັກກໍເປັນອີກສິ່ງໜຶ່ງທີ່ໜ້າສົນໃຈບໍ່ໜ້ອຍ.
ສຸພາພອນ ສົມວິຈິດ ໄດ້ສ້າງຄວາມຮືຮາໃຫ້ແກ່ຜູ້ເຂົ້າຮັບຊົມໂດຍການນຳສະເໜີປະເພນີໄຫຼເຮືອໄຟຜ່ານຊຸດປະຈຳຊາດ "ທິດາພັນສາເຮືອງມາລາ" ທີ່ເປັນຊຸດໄໝລາວປະຍຸກ ຈົນກາຍເປັນໜຶ່ງໃນຮູບໂຄສະນາຂອງກອງປະກວດເພື່ອແນະນຳໃຫ້ຊົມການປະກວດຮອບສຸດທ້າຍ. ເຖິງວ່າຊຸດນີ້ຈະບໍ່ໄດ້ນຳໄຊຊະນະໃນຮອບປະກວດຊຸດປະຈຳຊາດ ເຊິ່ງ ຍີ່ປຸ່ນ ໄດ້ຮັບລາງວັນນີ້ໄປ ແຕ່ກໍຖືວ່າເປັນຜົນສຳເລັັດໃນການເຜີຍແຜ່ວັດທະນະທຳການນຸ່ງຖື ແລະ ບຸນປະເພນີປະຈຳຊາດຂອງລາວໃຫ້ທົ່ວໂລກໄດ້ຮູ້ຈັກຫຼາຍຂຶ້ນ.
ສຸດທ້າຍແລ້ວ ເຖິງມຸງກຸດປີນີ້ຈະຕົກເປັນຂອງ ເດມີ-ເລ ເນລ-ປີເຕີ ຈາກອາຟຣິກາໃຕ້ ແຕ່ປະສົບການທີ່ ນຸ້ຍ ສຸພາພອນ ສົມວິຈິດ ໄດ້ຮັບ ແລະ ຜົນງານທີ່ສ້າງໄວ້ ຈະກາຍມາເປັນບາດກ້າວອັນສຳຄັນໃນຂະບວນການເຜີຍແຜ່ວັດທະນະທຳລາວໃນລະດັບໂລກ ແລະ ເປັນບົດຮຽນອັນສຳຄັນໃຫ້ຜູ້ເຂົ້າປະກວດມິສຢູິເວີສຄົນຖັດໄປຂອງລາວໄດ້ສຶກສາຮຽນຮູ້ ແລະ ນຳເອົາໄປປັບໃຊ້ໃນໂອກາດໜ້າ.
ຊົມຮູບ
ຂອບໃຈ : ມ່ວນ








No comments:
Post a Comment