1 ຈົ່ງມ່ວນກັບການຫາເງິນຄືຫລິ້ນເກມ
ຄົນລວຍໆມັກຄິດວ່າການໄດ້ເງິນມາຄືການຫລິ້ນເກມ ຂະເຈົ້າມ່ວນເພາະຄິດຄຳນວນວ່າໄດ້ໃຊ້ຈ່າຍໄປເທົ່າໃດ ແລະຕ້ອງໃຊ້ເທົ່າໃດໃນການລົງທຶນ ຄົນທີ່ປະສົບຄວາມສຳເລັດມັກຄວາມເອົາຊະນະ ຂະເຈົ້າເຖິງຈະມີຄວາມພັດທະນາຕົວເອງຕະຫລອດເວລາ ທັງພະຍາຍາມຂຶ້ນ ຮຽນຮູ້ຫລາຍຂຶ້ນ ແລະ ເຕີມໂຕໃຫ້ໄວຂຶ້ນເທົ່າທີ່ຈະໄວໄດ້ ໃນຂະນະທີ່ຄົນທົ່ວໄປທີ່ກຳລັງຕົກງານ ກໍ່ຈະເລີ່ມມີບັນຫາທາງການເງິນ ນັ້ນເພາະເປັນຂະເຈົ້າເຮັດວຽກໄປແບບວັນໆເພື່ອຮັບເງິນເດືອນໂດຍບໍ່ໄດ້ຫວັງພະຍາຍາມຫາເງິນໃຫ້ໄດ້ໃຫ້ມີຫລາຍກວ່າເກົ່າ
2 ຈົ່ງຕັ້ງເປົ້າໝາຍໃຫ້ສູງ
คຄົນລວຍໆມັກຈະບໍ່ຢ້ານທີ່ຈະຕັ້ງເປົ້າໝາຍໃຫ້ສູງ ຫລືບາງເທື່ອອາດຈະເບິ່ງໄປວ່າມັນເປັນໄປບໍ່ໄດ້ເລີຍ ເພາະຂະເຈົ້າເຊື່ອວ່າຂະເຈົ້າຈະເອົາຊະນະມັນໃຫ້ໄດ້ ຫາກເປັນຄົນອື່ນກໍ່ຈະຕັ້ງຄຳຖາມ ແລະ ອຸປະສັກນາໆຫລາຍໆແທນທີ່ຍັງບໍ່ທັນໄດ້ເຮັດຫຍັງ ເພາະສະນັ້ນຈົ່ງຕັ້ງເປົ້າໝາຍໃຫ້ໃຫຍ່ໄວ້ກ່ອນ ແລະເຮັດກັນມັນໃຫ້ເຖິງທີ່ສຸດທຸກດ້ານຂອງຊີວິດ ລວມເຖິງທັງໃນດ້ານການເງິນ ແລະ ການລົງທຶນ ແລະເບິ່ງເປົ້າໝາຍເຫລົ່ານັ້ນວ່າເປັນຄວາມທ້າທາຍທີ່ເຮົາຕ້ອງຂ້າມໄປໃຫ້ໄດ້
3 ຄວາມຢ້ານບໍ່ມີຢູ່ໃນຫົວຂອງຄົນລວຍໆ
ອຸປະສັກຂວາງທາງຄວາມສຳເລັດທີ່ໃຫຍ່ທີ່ສຸດຂອງຄົນທົ່ວໄປຄືຄວາມຢ້ານນັ້ນເອງ ຄົນລວຍໆມັກຈະກັນຄວາມຮູ້ສຶກຢ້ານອອກໄປ ແລະ ເລືອກທີ່ຈະສ່ຽງລົງທຶນຢ່າງສະຫລາດແທນ ຖາມວ່າຂະເຈົ້າຈະລົ້ມທາງການເງິນຫລືບໍ່? ແນ່ນອນ ຄວນລວຍໆ ແລະ ປະສົບຄວາມສຳເລັດທຸກຄົນ ຍ່ອມມີຂີດຈຳກັດໃນສິ່ງທີ່ລົ້ມໃນຊີວິດມາ ແຕ່ແນ່ນອນ ກໍ່ມີຂີດຈຳກັດໃນສິ່ງທີ່ຂະເຈົ້າເຮັດໄດ້ສຳເລັດຄູ່ມາດ້ວຍ ຫາກຕ້ອງການຈັດການກັບຄວາມຢ້ານຂອງທ່ານອອກໄປ ໃຫ້ລອງຖາມຕົວເອງວ່າ ອິຫຍັງຄືຜົນລັບທີ່ຮ້ານທີ່ສຸດທີ່ຈະເກີດຂຶ້ນໄດ້? ໂດຍທີ່ຫລາຍໆຄັ້ງ ເມື່ອລົ້ມເຫລວມັນກໍ່ບໍ່ໄດ້ໂຫດຮ້ານຂະໜາດນັ້ນ
4 ຈົ່ງຄິດແຕ່ວ່າທ່ານສົມຄວນທີ່ຈະເປັນຄົນລວຍໆ
ຈົ່ງຄິດວ່າຕົວຂອງທ່ານນັ້ນມີຄ່າ ແລະ ສົມຄວນມີເງິນຫລາຍໆທີ່ຢູ່ຂ້າງນອກນັ້ນ ນັ້ນແຫລະຄືຄວາມຄິດຂອງຄົນລວຍໆ ຫາກເປັນຄົນທົວໄປ ກໍ່ຈະມັກຄິດວ່າຕົນເອງບໍ່ສົມຄວນ ບໍ່ມີປັນຍາ ໂພດສະຕາກຳ ໂທດພໍ່ແມ່ທີ່ໃຫ້ມາເທົ່ານີ້ ໂທດຕົນທຶນຄົນເຮົາບໍ່ເທົ່າກັນ ລອງປຽບທຽບເບິ່ງງ່າຍໆ ກັບຕຳແໜ່ງປະຈຸບັນຂອງທ່ານເຮັດກໍ່ໄດ້ ຫາກວຽກຂອງທ່ານເບິ່ງບໍ່ໄດ້ມີຄວາມສຳຄັນຫຍັງໃນບໍລິສັດ ແລະ ສາມາດແທນທີ່ຄົນອື່ນໄດ້ງ່າຍໆ ທ່ານກໍ່ຈະຕ້ອງຫາວິທີທາງເຮັດຫຍັງເພື່ອຕົນເອງໃຫ້ມີຄຸນຄ່າທີ່ເພີ່ມຂຶ້ນໃຫ້ໄດ້ ເມື່ອທ່ານຄິດວ່າຕົນເອງສົມຄວນລວຍແລ້ວ ທ່ານກໍ່ຈະມີວິທີທາງມາພັດທະນາຕົນເອງທາງການເງິນໃຫ້ເໝາະຄົມກັບຄວາມຄິດ ແລະ ຄວາມສາມາດຂອງທ່ານໄດ້
5 ຈົ່ງຄິດວ່າເງິນຄືມິດແທ້ ໝູ່ຕາຍ ສ່ຽວຮັກສ່ຽວແພງ
ຄົນລວຍໆມັກຈະຄິດວ່າເງິນຄືສິ່ງທີ່ຈະເຮັດປະໂຫຍດໃຫ້ກັບຂະເຈົ້າໄດ້ຫລາຍທີ່ສຸດ ທັງການແກ້ໄຂບັນຫາຕ່າງໆ ແລະ ເຮັດໃຫ້ຊີວິດຂອງຂະເຈົ້າດີຂຶ້ນ ຄົນທົ່ວໄປມັກຈະຄິດວ່າເງິນຄືສັດຕູ ຄືສິ່ງທີ່ເຂົາຈະຕ້ອງຈ່າຍອອກໄປໃນແຕ່ລະມື້ ເພື່ອເອົາຕົວລອດໄປວັນໆ ຈິ່ງເກີດເປັນວົງຈອນຮ້າຍໆທີ່ບໍ່ໄດ້ເຮັດໃຫ້ສະຖານະທາງການເງິນຂອງຄົນເຫລົ່ານັ້ນດີຂຶ້ນຈັກເທື່ອ ແນ່ນອນວ່າເງິນບໍ່ແມ່ນທຸກຢ່າງ ແຕ່ຄົນທີ່ສະຫລາດກໍ່ຈະຮູ້ວ່າຄວນໃຊ້ເງິນແບບໃດເພື່ອໃຫ້ຊີວິດຂອງເຂົາເຈົ້າດີຂຶ້ນ ແລະ ມີຄວາມສຸກຂຶ້ນ
ແລ້ວທ່ານກໍ່ຈະລວຍໄດ້ຖ້າກ້າເຮັດກ້າທຳແບບສຸຈະລິດ
ຂອບໃຈຂໍ້ມູນ : Black Jim
No comments:
Post a Comment