ໜັງສືສະເໜີ
ຮຽນ: ພຮະອາຈານ ສົມນຶກ ພັນທະວົງ ພ້ອມດ້ວຍ ພາກສ່ວນທີ່ມີໃຈສັດທາ ແລະ ຊ່ວຍເຫຼືອ ຄອບຄົວທຸກຈົນ,ດ້ອຍ ໂອກາດແລະ ຢູ່ເຂດຫ່າງໄກ
ເລື່ອງ: ຂໍແຜ່ວັດຖຸປັດໃຈເພື່ອເທົາທຸກໃຫ້ແກ່ຄອບຄົວໃຫ້ແກ່ຄອບຄົວຜູ້ທຸກຍາກແລະດ້ອຍໂອກາດພາຍໃນບ້ານ ໜອງຄຳ ຂອງພວກຂ້າພະເຈົ້າ.
ອີງຕາມ: ສະພາບຊີວິດການເປັນຢູ່ມີຄວາມຫຍຸ້ງຍາກ,ຊາດເຊີນ,ຢູ່ພາຍໃນບ້ານແມ່ນມີຄວາມຫຍຸ້ງຍາກ ສັບສົນຫຼາຍ ເຊີ່ງພາຍໃນບ້ານມີຂຳນວນຄອບຄົວທຸກຍາກທັ້ງໝົດ 48 ຄອບຄົວ ຂາດທີ່ຢູ່ອາໃສດ ເຄື່ອງນຸ່ງຫົ່ມ, ເຄື່ອງນອນ, ໂສງເສື້ອ, ເກີບ, ແລະອຸປະກອນ ການສືກສາ ໃຫ້ແກ່ລູກທີ່ຈະເຂົ້າໂຮງຮຽນ ຈຳນວນຄົນທຸກຍາກ 225 ຄົນ, ຍິງ 102 ຄົນ ສະນັ້ນ ຂ້າພະເຈົ້າ ຕາງໜ້າການຈັດຕັ້ງບ້ານ ແລະ ຄອບຄົວທຸກຍາກ ຈຶ່ງເຮັດໜັງສືສະເໜີມາຍັງທ່ານ ພຮະອາຈານ ສົມນຶກ ພັນທະວົງ ແລະ ບັນດາທ່ານທີ່ມີຈິດໃຈ ສັດທາ ແລະ ຊ່ວຍເຫຼືອ ບັນເທົາທຸກໃຫ້ແກ່ ຄອບບຄົວທຸກຍາກ ພາຍໃນບ້ານ ພວກ ຂ້າພະເຈົ້າດ້ວຍ
ຂອບໃຈຂໍ້ມູນຈາກ : ພຮະອາຈານ ສົມນຶກ ພັນທະວົງ
No comments:
Post a Comment